ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ນອກ​ແວ ສັ່ງ​ຊື້​ລົດ​ຕັງ​ຫຼັກ​ລຸ້ນລີ​ໂອພາດ ຈາກ​ເຢຍ​ລະ​ມັນ

     ສຳນັກ​ຂ່າວ​ສະ​ປຸກ​ນິກ ຣັດ​ເຊຍລາຍ​ງານ​ວ່າ: ເມື່ອ​ບໍ່​ດົນ​ມາ​ນີ້, ສຳນັກງານ​ຝ່າຍ​ຄຸ້ມ​ຄອງ​ ດ້ານ​ຍຸດ​ໂທ​ປະກອນ​ຂອງ​ກອງທັບ​
ນອກ​ແວ ໄດ້​ລົງ​ນາມ​ເຊັນ​ ສັນຍາ​ສັ່ງ​ຊື້​ລົດ​ຕັງ​ຫຼັກ​ລຸ້ນ ລີ​ໂອ ພາດ (Leopard 2A7 ຈຳນວນ 54 ຄັນ ກັບ​ບໍລິສັດ Krauss-Maffei
Wegmann GmbH & Co. KG (KMW) ເຢຍ​ລະ​ມັນ.

     ໂດຍ​ລົດ​ຕັງ​ຫຼັກ​ລຸ້ນ​ນີ້, ເປັນ​ລຸ້ນ​ໃໝ່​ຫຼ້າ​ສຸດ​ທີ່​ຜະລິດ​ໂດຍ​ເຢຍ​ລະ​ມັນ, ທີ່​ນອກ​ແວ ສັ່ງ​ຊື້​ງວດ​ທຳ​ອິດ​ຈຳນວນ 54 ຄັນ ເຊິ່ງ​ມີ​
ກຳນົດ​ສົ່ງ​ມອບ​ໃຫ້​ແກ່​ກອງທັບ​ນອກ​ແວ ເລີ່ມ​ແຕ່​ປີ 2026-2027. ຂໍ້​ຕົກລົງ​ດັ່ງກ່າວ, ຍັງ​ລວມ​ໄປ​ເຖິງ​ແຜນການ​ສັ່ງ​ຊື້​ງວດ​ທີ 2 ເພີ່ມ
​ອີກ 18 ຄັນ. ແຕ່​ສັນຍາ​ໄດ້​ລະບຸ​ວ່າ: ໃຫ້​ສົ່ງ​ມອບ​ລົດ​ທີ່​ສັ່ງ​ຊື້​ງວດ​ທຳ​ອິດ​ສຳເລັດ​ກ່ອນຈຶ່ງ​ດຳເນີນ​ການ​ຕໍ່​ງວດ​ທີ​ສອງ. ທ່ານ ລັບ ເກັດ​ເຊວ
ຜູ້ອຳນວຍການ​ບໍລິສັດ KMW ໄດ້​ກ່າວ​ວ່າ: ການ​ລົງ​ນາມ​ເຊັນ​ສັນຍາ​ຄັ້ງ​ນີ້​ຖື​ເປັນ​ສັນຍາ​ຄວາມ​ຮ່ວມ​ມື​ທີ່​ມີ​ຄວາມ​ໝາຍ ​ຄວາມ​ສຳຄັນ​ທີ່​
ສຸດ​ຕໍ່​ນອກ​ແວ, ບໍ່​ວ່າ​ຈະ​ໄລຍະ​ສັ້ນ ກໍ​ຄື​ໄລຍະ​ຍາວ ແລະ​ ກ່າວ​ຂອບໃຈ​ຝ່າຍ​ນອກ​ແວ ທີ່​ໃຫ້​ຄວາມ​ເຊື່ອ​ໝັ້ນ​ຕໍ່​ບໍລິສັດ.

     ທາງ​ການ​ນອກ​ແວ​ລະບຸ​ວ່າ: ສຳລັບ​ໂຄງການ​ສັ່ງ​ຊື້​ລົດ​ຕັງ​ຫຼັກ​ລຸ້ນ Leopard 2A7 ຄັ້ງ​ນີ້​ຈະ​ເປັນ​ການ​ເສີ່ມ​ສ້າງ ແລະ ເພີ່ມ​ສະ
ມັດ​ຕະ​ພາບ​ຂອງ​ກອງທັບ​ຕົນ​ຂຶ້ນ​ສູ່​ລະດັບ​ສູງ ໂດຍ​ລວມ​ມູນ​ຄ່າ​ການ​ຈັດ​ຊື້​ທັງ​ໝົດ​ຄັ້ງ​ນີ້​ປະມານ 19,7 ຕື້​ໂດ​ລາ​ສະຫະລັດ, ລົດ​ດັ່ງ ກ່າວ
​ຈະ​ນຳ​ມາ​ທົດ​ແທນ​ລົດ​ຕັງ​ຫຼັກ​ລຸ້ນ Leopard 2A4NO ທີ່​ມີ​ປະຈຳການ​ຢູ່​ໃນ​ກອງທັບ​ຕົນ​ມາ​ເປັນ​ເວລາ​ຫຼາຍ​ສິບ​ປີ​ແລ້ວ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 21/02/2024